32 C
Vientiane
ວັນທີ 2 March, 2026

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ຕິດຕາມການກໍ່ສ້າງຂົວ 12ແຫ່ງ

Must read

ໃນວັນທີ 1 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ການກໍ່ສ້າງຂົວ 12 ແຫ່ງ ຕາມທາງເລກ 20 ແຂວງຈຳປາສັກ- ແຂວງ ສາລະວັນ ເຊິ່ງເຫັນວ່າ ພາບລວມການກໍ່ສ້າງຂົວທັງໝົດ 12 ແຫ່ງ ກໍ່ສ້າງສຳເລັດແລ້ວ 99% ແລະ ຈະເປີດນຳໃຊ້ຢ່າງເປັນທາງການ ໃນກາງເດືອນມີນາ 2026 ນີ້.

ຂໍ້ມູນໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງເລກ 20 ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ສິງຫາ ປີ 2022, ເປັນໂຄງການກໍ່ສ້າງຂົວ ເຫຼັກປະສົມເບຕົງ, ມີຄວາມຍາວທັງໝົດ 552 ແມັດ, ມີຂົວພາງຍາວ 146 ແມັດ ແລະ ທາງເຂົ້າ-ອອກຂົວ ສອງຝາກ ຕາມມາດຕະຖານສາກົນ AASHTO LRFD (Load andResistance Factor Design) ທີ່ສາມາດຮັບນໍ້າໜັກໄດ້ 15 ໂຕນຕໍ່ເພົາ, ມີຄວາມກວ້າງທັງໝົດ 10.7 ແມັດ, ໜ້າທາງລົດແລ່ນກ້ວາງ (2×4ແມັດ) ແລະ ມີທາງຄົນຍ່າງກວ້າງ (2×0.75ແມັດ) ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມດອກເບ້ຍຜ່ອນຜັນ ຈາກລັດຖະບານໂຮນລັງ ໂດຍຜ່ານອົງການ Invest International BV ແລະ ທຶນພາຍໃນເພື່ອສົມທົບຄ່າຊົດເຊີຍສິ່ງກິດຂວາງ ຂອງໂຄງການ.

ທີ່ມາ:ຂ່າວເສດຖະກິດການຄ້າ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article