ວັນທີ 9 ມັງກອນ 2026 ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ແຂວງຊຽງຂວາງໄດ້ທໍາລາຍສິນຄ້າໝົດອາຍຸ, ສິນຄ້າໝົດອາຍຸ,ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງຢູ່ທີ່ສະໜາມຂີ້ເຫຍື້ອ ພາຍໃຕ້ການເປັນປະທານຂອງ ທ່ານ ສີດາວັນ ຄໍາສີວໍລະວົງ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ, ມີຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ສຸວິເລ່ ພິລົງວົງ ຫົວໜ້າໜ່ວຍງານການຄ້າ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ໄດ້ຜ່ານບົດລາຍງານສິນຄ້າ ເຈົ້າໜ້າທີ່ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສິນຄ້າຕາມຮ້ານຈໍາໜ່ວຍສິນຄ້າອຸປະໂພກບໍລິໂພກໃນເທດສະບານເມືອງ ແລະ ບັນດາກຸ່ມບ້ານພາຍໃນເມືອງ.

ຜ່ານການລົງເຄື່ອນໄຫວຕິດຕາມ ກວດກາສິນຄ້າທັງ 2 ຄັ້ງ ມີ 23 ຮ້ານ ກວດພົບສິນຄ້າ ໝົດອາຍຸ ແລະ ສິນຄ້າເຊື່ອມຄຸນນະພາບ, ສິນຄ້ານອກລະບົບ ແລະ ສິນຄ້າບໍ່ມີສະແຕມ ເປັນຕົ້ນ: ປະເພດເຂົ້າໜົມ, ນົມເດັກນ້ອຍ, ໝີ່, ແຈ່ວ, ເຄື່ອງເທດຈີນ, ອາຫານສໍາເລັດຮູບ, ເຄື່ອງສໍາອາງ, ນໍ້າຫວານ, ປະເພດແປ້ງ ແລະ ສິນຄ້າອື່ນໆ ລວມທັງໝົດ 25 ລາຍການ ລວມມູນຄ່າທັງໝົດ 20,684,000 ກີບ. ຈາກນັ້ນ, ກໍ່ໄດ້ນໍາເອົາສິນຄ້າດັ່ງກ່າວໄປທໍາລາຍຢູ່ສະຖານທີ່ສະໜາມຂີ້ເຫຍື້ອ.

ທີ່ມາ:ໜັງສືພິມລາວພັດທະນາ




