
ວັນທີ 13 ມັງກອນ 2026 ນີ້ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ແລະ ທ່ານ ຄໍາ ນິລາວົງ ກຳມະການພັກແຂວງ, ຫົວໜ້າພແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ສົມທົບກັບ ທ່ານ ນາງ ບົວລອນ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງປາກຊ່ອງ ແລະ ວິຊາການຂະແໜ່ງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາເກັບກໍາຂໍ້ມູນສວນກາເຟທີ່ຖືກຜົນກະທົບຈາກໄພທໍາມະຊາດ ຢູ່ເຂດບ້ານທົ່ງເສັດ, ເມືອງປາກຊ່ອງ ແຂວງຈໍາປາສັກ.

ການເຄື່ອນໄຫວກວດກາເບື້ອງຕົ້ນຢູ່ບໍລິເວນສວນກາເຟຂອງປະຊາຊົນ ແລະ ບໍລິສັດ ທີ່ໄດ້ຮັບຜົນກະທົບ ພົບວ່າ: ຕົ້ນກາເຟໄໝ້, ກິ່ງງ່າ ແລະ ລໍາຕົ້ນເສຍຫາຍ ບາງສ່ວນຕົ້ນກາເຟໄດ້ຕາຍລົງ ເຊິ່ງຄາດວ່າຈະສົ່ງຜົນກະທົບຢ່າງຫນັກຕໍ່ປະລິມານຜະລິດ, ລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວສວນກາເຟໃນພື້ນທີ່ດັ່ງກ່າວ.

ປະຊາຊົນທີ່ຖືກຜົນກະທົບໃຫ້ຮູ້ວ່າ: ໄພພິບັດດັ່ງກ່າວໄດ້ເກີດຂື້ນໃນລະຫວ່າງວັນທີ 9–12 ມັງກອນ 2026 ທີ່ຜ່ານມາ ເກີດມີອາກາດໜາວຈັດຮຸນແຮງ ປະກອບກັບນໍ້າໝອກກ້າມ ສົ່ງຜົນກະທົບຕໍ່ເຂດການຜະລິດກະສິກໍາ ໂດຍສະເພາະສວນຕົ້ນກາເຟ ໃນຂອບເຂດບ້ານທົ່ງເສັດ, ເມືອງປາກຊ່ອງ, ແຂວງຈໍາປາສັກ ໄດ້ຮັບຄວາມເສຍຫາເປັນວົງກວ້າງຂວາງ.

ປັດຈຸບັນ ຂະແໜງການກ່ຽວຂ້ອງຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ແລະ ເມືອງປາກຊ່ອງ ກໍາລັງດໍາເນີນການລົງພື້ນທີ່ເພື່ອເກັບກໍາຂໍ້ມູນ ແລະ ປະເມີນຕົວເລກຄວາມເສຍຫາຍຢ່າງລະອຽດ ເພື່ອລາຍງານຕໍ່ຂັ້ນເທິງຄົ້ນຄວ້າແກ້ໄຂຜົນກະທົບຈາກໄພທໍາມະຊາດດັ່ງກ່າວ.


(ພາບ-ຂ່າວ: ສົມວິຈິດ ແລະ ສອນໄຊ)




