25 C
Vientiane
ວັນທີ 12 January, 2026

ໄລຍະ 5 ປີ ຕໍ່ໜ້າລັດຖະບານຈະສືບຕໍ່ສຸມໃສ່ 6 ເປົ້າໝາຍໃຫຍ່ 26 ວຽກຈຸດສຸມພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ

Must read

ຂປລ. ໃນໄລຍະ 5 ປີ ຕໍ່ໜ້າ, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍ 6% ຂຶ້ນໄປ. ໃນນີ້, GDP ຕໍ່ຫົວຄົນໃຫ້ໄດ້ 3.104 ໂດລາສະຫະລັດ.

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ລາຍໄດ້ໃຫ້ຮູ້ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ. ໃນນັ້ນ, ເປົ້າໝາຍທີ 1 ຈະສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ປະກອບມີ 6 ແຜນວຽກຈຸດສຸມ ຄື: ນໍາໃຊ້ທ່າແຮງບົ່ມຊ້ອນ ເພື່ອຍູ້ແຮງເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບສູງ; ພັດທະນາເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ; ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ພັດທະນາລັດວິສາຫະກິດ ແລະ ເສດຖະກິດລວມໝູ່ຂອງປະຊາຊົນໃຫ້ມີຄຸນນະ ພາບ ແລະ ມີຄວາມເຂັ້ມແຂງ; ພັດທະນາເສດຖະກິດດີຈິຕອນໃຫ້ມີຄວາມເຂັ້ມແຂງ ເພື່ອຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວທີ່ຍືນຍົງ. ເປົ້າໝາຍທີ 2 ຈະພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຊຶ່ງປະກອບມີ 4 ແຜນວຽກຈຸດສຸມ ຄື: ພັດທະນາການສຶກສາ ໃຫ້ມີຄຸນນະພາບ ເພື່ອຮອງຮັບການພັດທະນາຂອງປະ ເທດຊາດ; ພັດທະນາວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ມີຄຸນນະ ພາບ ແລະ ທົ່ວເຖິງ; ພັດທະນາສີມືແຮງງານ ໃຫ້ໄດ້ປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ ແລະ ພັດທະນາບຸກຄະລາກອນຂອງພາກລັດ ໃຫ້ມີຄຸນນະພາບສູງຂຶ້ນ. ເປົ້າໝາຍທີ 3 ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໃຫ້ໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງ ເທື່ອລະກ້າວ, ປະກອບມີ 6 ແຜນວຽກຈຸດສຸມ ຄື: ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຄຸນນະພາບດີຂຶ້ນ; ປັບປຸງວຽກງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບສູງຂຶ້ນ; ສົ່ງເສີມ ແລະ ພັດທະນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບ ຍິງ-ຊາຍ ໃຫ້ມີຄຸນນະພາບດີຂຶ້ນ; ພັດທະນາວຽກງານຖະແຫລງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະທໍາ ທີ່ເປັນເອກະລັກຂອງຊາດ, ກ້າວໜ້າ ແລະ ສ້າງໃຫ້ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ ແລະ ສີວິໄລ; ປັບປຸງລະບົບປະກັນສັງຄົມ-ປົກປ້ອງສັງຄົມໃຫ້ກວ້າງຂວາງ ແລະ ມີຄຸນນະ ພາບ; ແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະ ທົບຈາກລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ. ເປົ້າໝາຍທີ 4 ປົກປັກຮັກສາຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ, ປະກອບມີ 3 ແຜນວຽກຈຸດສຸມ ຄື: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດປ່າໄມ້, ທີ່ດິນ, ນໍ້າ ແລະ ແຮ່ທາດ ຢ່າງມີແຜນການ, ປະຢັດ, ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຢືນຍົງ; ສົ່ງເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ເພື່ອຫລຸດຜ່ອນ ແລະ ເພີ່ມການດູດຊັບທາດອາຍພິດເຮືອນແກ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ກວ້າງຂວາງ; ເພີ່ມທະວີການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫລັງໄພພິບັດຕ່າງໆ.

ເປົ້າໝາຍທີ 5 ຈະພັດທະນາການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງ ຂວາງ ແລະ ມີປະສິດທິຜົນ ຊຶ່ງປະກອບມີ 4 ແຜນວຽກຈຸດສຸມ ຄື: ພັດທະນາພື້ນຖານໂຄງລ່າງ ທີ່ສາ ມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ເສີມຂະຫຍາຍການພົວພັນຮ່ວມມື, ການເຊື່ອມໂຍງການຄ້າ ແລະ ການລົງທຶນກັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະ ກວ້າງຂວາງກວ່າເກົ່າ; ພັດທະນາເຂດແຄວ້ນ ແລະ ທ້ອງຖິ່ນ ໃຫ້ມີຄວາມສົມດຸນ, ເຂັ້ມແຂງ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ; ພັດທະ ນາຕົວເມືອງ ແລະ ເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສ່ວນເປົ້າໝາຍທີ 6 ພັດທະນາຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ປະກອບມີ 3 ວຽກຈຸດສຸມ ຄື: ຍົກສູງປະສິດທິພາບການປົກຄອງ-ການຄຸ້ມຄອງບໍລິຫານລັດໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ ແລະ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດຕົວຈິງຢ່າງມີປະສິດທິຜົນສູງ; ປັບປຸງກົນໄກ, ລະບຽບການປະສານງານ ລະຫວ່າງພາກລັດດ້ວຍກັນໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ; ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂ່າວ: ທະນູທອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article