
ວັນທີ 12 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານໄດ້້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ບັນດາ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ,ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຕໍ່ຫົວຂໍ້ສຳຄັນດັ່ງນີ້:
1. ລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນປີ 2025 ແລະ ສະເໜີແຜນວຽກຈຸດສຸມປີ 2026 ແລະ ຄາດຄະເນແຜນ 5 ປີຕໍ່ໜ້າຂອງລັດຖະບານ;
2. ລາຍງານຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແລະ ຜ່ານຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະໃໝ່ສະບັບປັບປຸງ;
3. ຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2026 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ;
4. ລາຍງານບັນດາໂຄງການທີ່ສຳຄັນຈຳນວນໜຶ່ງຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະດຳເນີນກິດຈະການໂຄງການທາງລົດໄຟລາວ-ຫວຽດນາມຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT) ລວມທັງຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງ ກ່າວ; ສະເໜີແຜນບຸລິມະສິດໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນປີ 2026, ໂຄງການທາງດ່ວນ ພ້ອມທັງສະເໜີກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ;
5. ສະເໜີແຜນປະຕິບັດຕົວຈິງໃນການຫັນການເກັບລາຍຮັບເປັນທັນສະໄໝສຳລັບປີ 2026

ໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລັດຖະບານເປີດກວ້າງ ຄັ້ງສຸດທ້າຍຂອງລັດຖະບານ ຊຸດທີ IX ແລະ ກໍເປັນກອງປະຊຸມລັດຖະບານເປີດກວ້າງຄັ້ງທໍາອິດ ທີ່ໄດ້ປະຊຸມຮ່ວມກັບບັນດາທ່ານປະທານຄະນະກຳມະການປົກຄອງ ນວ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ທັງເປີດຂຶ້ນໃນທ່າມກາງບັນຍາກາດທີ່ຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ການສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວດ້ວຍຜົນສໍາເລັດຢ່າງຈົບງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງບັນຫາເຫຼົ່ານີ້ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ. ຈາກສະພາບດັ່ງກ່າວ, ປະເທດເຮົາກໍຈະໄດ້ຮັບຜົນກະທົບຈໍານວນໜຶ່ງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ໂດຍສະເພາະປີ 2026 ເປັນປີເລີ່ມຕົ້ນ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.

ສະນັ້ນ, ຈະຕ້ອງໄດ້ສືບຕໍ່ສຸມໃສ່ຕິດຕາມຢ່າງໃກ້ຊິດ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.




