17 C
Vientiane
ວັນທີ 12 January, 2026

ປະຊາຊົນ ແຂວງເຊກອງ ໄດ້ຊົມໃຊ້ໄຟຟ້າໃນລະບົບຖາວອນ 94.72%

Must read

ປັດຈຸບັນ, ທົ່ວແຂວງເຊກອງມີຄວາມຍາວ ຂອງຕາຂ່າຍໄຟຟ້າ 22 ກິໂລໂວນ 1,045.05 ກິໂລແມັດ/ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432.13 ກິໂລແມັດ/ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1.65 ກິໂລແມັດ/ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82.27% ແລະ ຫຼັງຄາເຮືອນທີ່ຊົມໃຊ້ໄຟຟ້າໃນລະບົບຖາວອນ 21,274 ຫຼັງຄາເຮືອນ ກວມເອົາ 94.72%.

ຕາມບົດສະຫຼູບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 4 ແຫ່ງ, ມີກໍາລັງຕິດຕັ້ງ 486 ເມກາວັດ (486 MW). ໃນປີ 2025 ຜ່ານມາ, ສາມາດຜະລິດໄຟໄດ້ 2,612,305,299 ກິໂລວັດໂມງ (2,612,305,299 KWh). ໃນນີ້, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີກໍາລັງຕິດຕັ້ງ 88 ເມກາວັດ, ສາມາດຜະລິດພະລັງ ງານໄຟຟ້າໄດ້ 474.83 ລ້ານກິໂລວັດໂມງ; ເຂື່ອນຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 54.29 ລ້ານກິໂລວັດໂມງ; ເຂື່ອນເຊກະໝານ 3 ມີກໍາລັງຕິດຕັ້ງ 250 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 1,475.02 ລ້ານກິໂລວັດໂມງ ແລະ ເຂື່ອນໄຟຟ້ານໍ້າອີ່ມູນ ມີກໍາລັງຕິດຕັ້ງ 133 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 608.15 ລ້ານກິໂລວັດໂມງ.

ໃນບົດສະຫຼຸບຍັງໃຫ້ຮູ້ຕື່ມວ່າ: ໃນປີ 2026 ແຂວງເຊກອງ ຈະສຸມໃສ່ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ສຸມທຶນຮອນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດ ຂອງປະຊາຊົນ; ສືບຕໍ່ຊຸກຍູ້ບັນດາຂະແໜງ ການຕ່າງໆ ກໍຄື ລັດວິສາຫະກິດໄຟຟ້າລາວ ສາຂາແຂວງເຊກອງ, ບູລະນະສ້ອມແປງ-ປ່ຽນຖ່າຍອຸປະກອນໄຟຟ້າທີ່ເຊື່ອມຄຸນນະພາບ, ຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ ຕາຂ່າຍໄຟຟ້າ 0,4 ກິໂລໂວນ ລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກ ກໍຄື ບ້ານທີ່ມີເງື່ອນໄຂ ເພື່ອສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ.

(ຂ່າວ: ສັນຍາ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article