ໃນວັນທີ 7 ມັງກອນ 2026 ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ ເຊິ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກດິນມາຂຸດດິນສໍາລັບກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກດິນ ຄົນຂັບລົດໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ແລະ ໄດ້ແຈ້ງໃຫ້ເຈົ້າຂອງທີ່ດິນຮັບຊາບ ເຊິ່ງເຈົ້າຂອງທີ່ດິນ ກໍ່ໄດ້ລາຍງານມາຍັງຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ເພື່ອໃຫ້ສົ່ງພະນັກງານວິຊາການມາຊ່ວຍເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງ.

ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ລົງກວດກາ ແລະ ພິສູດລະເບີດຕາມເຕັກນິກວິຊາການໃຫ້ຮູ້ວ່າ ລະເບີດດັ່ງກ່າວແມ່ນລະເບີດໃຫຍ່ ປະເພດ MK81 ນໍ້າໜັກ 250 ປອນ (113 ກິໂລກຣາມ) ແລະ ໄດ້ເຄື່ອນຍ້າຍລະເບີດໄປສະໜາມທໍາລາຍສະເພາະ ຢູ່ ເມືອງ ນໍ້າບາກ ເປັນທີ່ຮຽບຮ້ອຍແລ້ວ.

ຂ່າວ: UXO




