
ຂປລ. ຕອນເຊົ້າວັນທີ 9 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ວິລະບູລຸດຜູ້ຍຍິ່ງໃຫຍ່ ທີ່ໄດ້ອຸທິດຕົນ ຍອມເສຍສະລະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດຈຸບັນ.

ຂ່າວ: ທະນູທອງ
ພາບ: ອ່າຍຄຳ




