ວັນທີ 8 ມັງກອນ 2026 ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ໄດ້ສົ່ງຂະນະເຮັດວຽກໄຜຄວບຄຸມຕົວ ເສີນ ຈື້ (ສັນຊາດຈີນ) ຫົວໜ້າຂະບວນການອາຊະຍາກຳຂ້າມຊາດກ່ຽວກັບການພະນັນ ແລະ ສໍ້ໂກງ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ກັບປະເທດຈີນ ໂດຍໄດ້ຮັບການສະໜັບໜູນ ແລະ ປະສານງານຈາກໜ່ວຍງານກຳປູເຈຍ ເປັນອີກໜຶ່ງຄວາມສຳເລັດສຳຄັນຂອງຄວາມຮ່ວມມືຈີນ-ກຳປູເຈຍ.

ຈາກການສອບສວນພົບວ່າ ເຄືອຂ່າຍຂອງ ເສີນ ຈື້ ຖືກສົງໃສວ່າເຮັດຜິດກົດໝາຍຫລາຍຢ່າງ ເຊັ່ນ: ເປີດໂຄສິໂນ, ສໍ້ໂກງ, ດຳເນີນທຸລະກິດຜິດກົດໝາຍ ແລະ ປິດບັງລາຍໄດ້ຈາກອາຊະຍາກຳ ທີ່ກ່ຽວພັນກັບເງິນຫລາຍຕື້ໂດລາສະຫະລັດ. ປັດຈຸບັນ ເສີນ ຈື້ ຖືກດຳເນີນມາດຕະການຕາມກົດໝາຍແລ້ວ ແລະ ຄະດີກຳລັງຢູ່ລະຫວ່າງການສືບສວນເພີ່ມຕື່ມ.

ເຈົ້າໜ້າທີ່ ກະຊວງຄວາມໝັ້ນຄົງສາທາລະນະຈີນ ລະບຸວ່າ: ຈະປະກາດໝາຍຈັບກຸ່ມແກນນຳຂອງເຄື່ອງຂ່າຍ ເສີນ ຈື້ ຊຸດທຳອິດໃນໄວໆນີ້ ເພື່ອໄລ່ລ່າຜູ້ຫລົບໜີມາດຳເນີນຄະດີ ພ້ອມເຕືອນຜູ້ກະທຳຜິດໃຫ້ຄຳນຶງເຖິງສະຖານະການ ຍຸຕິທຳ ແລະ ເຂົ້າມາມອບຕົວໂດຍໄວ ເພື່ອຮັບການພິຈາຫລຸດຜ່ອນໂທດຕາມກົດໝາຍ.





