12 C
Vientiane
ວັນທີ 11 January, 2026

ປກສ ແຂວງຫຼວງນ້ຳທາ ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ 8 ເຮັກຕາ.

Must read

ທ້າຍເດືອນ ທັນວາ ປີ 2025 ຜ່ານມາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໄດ້ສົມທົບກັບ ກຳລັງ ປກຊ-ປກສ 05 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວສຳຫຼວດພື້ນທີ່ ທີ່ປະຊາຊົນລັກລອບປູກຝິ່ນ ທາງພາກພື້ນດິນ ແລະ ທາງອາກາດໂດຍນຳໃຊ້ໂດຣນບິນສຳຫຼວດ ສາມາດພົບເຫັນສວນຝິ່ນທີ່ປະຊາຊົນຢູ່ຫຼາຍຈຸດໃນ ໂດຍສະ ເພາະໃນບັນດາບ້ານເປົ້າໝາຍ ຢູ່ 04 ເມືອງ ພາຍໃນຂອບເຂດ ແຂວງຫຼວງນ້ຳທາ.

ທ່ານ ພັນໂທ ທວງໄຊ ດວງມາລາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ຜ່ານການສຳຫຼວດ ແລະ ເກັບກຳຂໍ້ມູນ ພາຍໃນ ເມືອງລອງ ພົບເຫັນປະຊາຊົນລັກລອບປູກຝິ່ນຢູ່ 04 ບ້ານ, ມີ 18 ຕອນ, ມີເນື້ອທີ່ 30.000 ຕາແມັດ; ເມືອງວຽງພູຄາ ພົບເຫັນຢູ່ 01 ບ້ານ, ມີ 12 ຕອນ, ມີເນື້ອທີ່ 40.000 ຕາແມັດ; ເມືອງນາແລ ພົບເຫັນຢູ່ 02 ບ້ານ, ມີ 06 ຕອນ 7.400 ຕາແມັດ; ເມືອງຫຼວງນໍ້າທາ ພົບເຫັນຢູ່ 02 ບ້ານ, ມີ 10 ຕອນ, ມີ 3.500 ຕາແມັດ; ສຳລັບ ເມືອງສິງ ຜ່ານການລົງສຳຫຼວດແມ່ນບໍ່ພົບເຫັນການລັກລອບປູກຝິ່ນ.

ຜ່ານການລົງສຳຫຼວດ ແລະ ເກັບກຳການລັກລອບປູກຝິ່ນ ຢູ່ພາຍໃນ 09 ບ້ານ ພົບເຫັນສວນຝິ່ນ ຈຳນວນ 45 ຕອນ, ມີເນື້ອທີ່ທັງໝົດ 80.900 ຕາແມັດ ເທົ່າກັບ 8.09 ເຮັກຕາ. ສ່ວນວິທີການທໍາລາຍສວນຝິ່ນໃນຄັ້ງນີ້, ແມ່ນໄດ້ເອົາໄມ້ຟາດ, ຫຼົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ຕົ້ນຝິ່ນສາມາດປູກຄືນໄດ້.

ທີ່ມາ: ຂ່າວສານ ແຂວງຫຼວງນໍ້າທາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article