12 C
Vientiane
ວັນທີ 11 January, 2026

ລາຍງານສະພາບອາກາດປະຈໍາວັນທີ 9 ມັງກອນ ປີ 2026

Must read

ມວນອາກາດໜາວເຢັນ ຍັງປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອທີີ່ມີກໍາລັງແຮງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ທົົ່ວໄປໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ສໍາລັບພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິີ່ນ.ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງທ້ອງຖິີ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ຈະໜາວເຢັນຫລາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ສູງອາຍຸ ຂໍໃຫ້ຮັກສາສຸຂະພາບ ນຸ່ງຫົົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 04–19 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 07–26 ອົງສາ.

ນະຄອນຫລວງວຽງຈັນ: ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 14–26 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິີ່ນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 10–26 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 04–25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິີ່ນ ອຸນຫະພູມໃນລະຫວ່າງ 10–29 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 04–22 ອົງສາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article