
ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ເວເນຊູເອລາ ຈະສົ່ງມອບນໍ້າມັນໃຫ້ແກ່ ສ.ອາເມລິກາ ໃນປະລິມານລະຫວ່າງ 30-50 ລ້ານຖັງ, ໂດຍນໍ້າມັນດັ່ງກ່າວ ຈະຖືກນໍາອອກຈຳໜ່າຍໃນລາຄາຕະຫລາດ ແລະ ລາຍຮັບທີ່ເກີດຂຶ້ນ ຈະຖືກນໍາໄປໃຊ້ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງປະເທດ.
ໂດຍທ່ານ ໂດນັນ ທຣຳ ລະບຸຜ່ານໂຊຊຽວມິເດຍວ່າ ຝ່າຍບໍລິຫານຊົ່ວຄາວໃນ ເວເນຊູເອລາ ຈະມອບນໍ້າມັນຄຸນນະພາບສູງ ຊຶ່ງຢູ່ພາຍໃຕ້ ມາດຕະການຂວໍ້າບາດ ໃນແກ່ສ.ອາເມລິກາ, ພ້ອມທັງເນັ້ນໜັກວ່າ: ເງິນຈາກການຈຳໜ່າຍນໍ້າມັນ ຈະຢູ່ພາຍໃຕ້ການກຳກັບດູແລຂອງ ທ່ານໂດນັນ ທຣຳ ໃນຖານະປະທານາທິບໍດີ ສ.ອາເມລິກາ ເພື່ອໃຫ້ໝັ້ນໃຈວ່າ ນໍາໄປໃຊ້ຕາມເປົ້າໝາຍ ດັ່ງກ່າວ.
ເມື່ອອ້າງອີງ ຈາກລະດັບການຜະລິດກ່ອນທີ່ ສ.ອາເມລິກາ ຈະໃຊ້ມາດຕະການປິດລ້ອມ, ປະລິມານ ນໍ້າມັນດັ່ງກ່າວ ທຽບເທົ່າກັບການຜະລິດຂອງ ເວເນຊູເອລາ ປະມານ 30-50 ວັນ. ຂະນະທີ່ ສ.ອາເມລິກາ ມີການຜະລິດນໍ້າມັນປະມານ 13,8 ລ້ານຖັງຕໍ່ວັນ.




