12 C
Vientiane
ວັນທີ 11 January, 2026

ລາຍງານສະພາບອາກາດປະຈໍາວັນທີ 8 ມັງກອນ ປີ 2026

Must read

ມວນອາກາດໜາວເຢັນທີ່ປະເທດຈີນ ເພີ່ມກໍາລັງແຮງຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມທີ່ມີກໍາລັງແຮງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອຸນຫະພູມຫລຸດລົງ 1 ຫາ 2 ອົງສາ ຢູ່ໃນແຕ່ລະພາກ ແລະ ອາກາດຈະເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຈະໜາວຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 04–19 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ ອຸນຫະພູມໃນລະຫວ່າງ 08–29 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ , ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 13–29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 13–28 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 05–27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 13–30 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 05–20 ອົງສາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article