12 C
Vientiane
ວັນທີ 11 January, 2026

ສຳເລັດການຝຶກອົບຮົມເຕັກນິກການປ້ອງກັນພະຍາດ ແລະ ສັດຕູພືດຕົ້ນຊາ ຢູ່ແຂວງຊຽງຂວາງ

Must read

ໃນວັນທີ 17-19 ທັນວາ ທີ່ຜ່ານມາ, ໂຄງການ Green CUP ຮ່ວມກັບ ສູນປ້ອງກັນພືດ ແລະ ສະມາຄົມຊາວກະສິກອນລາວ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບ “ການປ້ອງກັນພະຍາດຕົ້ນຊາ” ຂຶ້ນທີ່ເມືອງແປກ, ແຂວງຊຽງຂວາງ.

ການຝຶກອົບຮົມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ພູເຂົາທອງ ສີໄກສອນ ຄະນະສູນປ້ອງກັນພືດ ແລະ ທ່ານ ຄຳບົວ ຮອງພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ. ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ ເຊິ່ງປະກອບມີ ຜູ້ຜະລິດຊາຈາກ ແຂວງຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ພ້ອມດ້ວຍພະນັກງານວິຊາການຈາກ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງ (PAEO, DAEO), ກົມປູກຝັງ (DoA) ແລະ ທີມງານໂຄງການ Green CUP.

ການຝຶກອົບຮົມໄດ້ແບ່ງອອກເປັນ 2 ພາກສ່ວນຄື:

  1. ພາກທິດສະດີ:

• ຮຽນຮູ້ພື້ນຖານກ່ຽວກັບແມງໄມ້ ແລະ ພະຍາດທີ່ສຳຄັນຂອງຊາ.

• ວິທີການສຳຫຼວດ, ເກັບຕົວຢ່າງ ແລະ ການປ້ອງກັນພືດແບບປະສົມປະສານ.

• ເຕັກນິກການຜະລິດ ແລະ ນຳໃຊ້ເຊື້ອຊີວະວິທະຍາໃນການກຳຈັດສັດຕູພືດ.

2. ພາກປະຕິບັດຕົວຈິງ:

• ລົງພື້ນທີ່ສຳຫຼວດ ແລະ ວິເຄາະລະບົບນິເວດຂອງສວນຊາ.

• ທົດລອງຂະຫຍາຍ ແລະ ນຳໃຊ້ເຊື້ອຊີວະວິທະຍາ ເຊັ່ນ: Beauveria bassiana, Metarhizium anisopliae, BT ແລະ Trichoderma ເຂົ້າໃນການຄວບຄຸມສັດຕູພືດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article