
ເພື່ອເປັນການປະຕິບັດຕາມທິດຊີ້ນໍາຂອງການນໍາເມືອງ ສີສັດຕະນາກ, ເພື່ອເຮັດໃຫ້ເສັ້ນທາງ ແລະ ເຂດສະຫງວນຕາມເສັ້ນທາງມີຄວາມເປັນລະບຽບຮຽບຮ້ອຍ, ສະອາດ ແລະ ຈົບງາມ, ໂດຍສະເພາະໃນຊ່ວງໄລຍະການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສະນັ້ນ, ໃນວັນທີ 7 ມັງກອນ 2026 ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງ ສີສັດຕະນາກ ໄດ້ສືບຕໍ່ລົງເຄື່ອນໄຫວກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກພາຍໃນເມືອງ ໂດຍສະເພາະແມ່ນເຂດທີ່ມັກເກີດມີການຂາຍເຄື່ອງຊະຊາຍຢູ່ບໍລິເວນທີ່ບໍ່ໄດ້ຮັບອະນຸຍາດ ເປັນຕົ້ນແມ່ນຕາມເສັ້ນທາງອ້ອມຮອບໂຮງໝໍມະໂຫສົດ, ຕາມເສັ້ນທາງຄູວຽງ, ເສັ້ນທາງມິດຕະພາບລາວ-ໄທ, ເສັ້ນທາງກຳແພງເມືອງ ແລະ ຈຸດໜ້າຕະຫຼາດສວນມອນ. ຜ່ານການລົງກວດກາເຫັນວ່າຍັງມີຮ້ານຂາຍເຄື່ອງຈໍານວນໜຶ່ງທີ່ວາງຂາຍສິນຄ້າແບບຊະຊາຍ ກວມເອົາເຂດສະຫງວນ ແລະ ເຂດທີ່ບໍ່ໄດ້ຮັບອະນຸຍາດ, ຈຶ່ງໄດ້ເຮັດບົດທຶກກ່າວເຕືອນ ແລະ ໃຫ້ຍົກຍ້າຍອອກຈາກເຂດດັ່ງກ່າວ.









