ຜັງສ້ອມແປງເສັ້ນທາງ:

ວັນທີ 7 ມັງກອນ 2025 ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ອອກແຈ້ງການວາງແຜນນໍາໃຊ້ເສັ້ນທາງ ແລະ ເພື່ອເວລາເດີນທາງລ່ວງໜ້າ ໃນຊ່ວງການຈັດຕັ້ງປະຕິບັດ ໂຄງການສ້ອມແປງເສັ້ນທາງ ພາຍໃນເທດສະບານ ນະຄອນ – ຫລວງພະບາງ ລວມເຖິງ ເສັ້ນທາງ ແຕ່ ໂຮງຮຽນສາທິດ ຫາ ສະຖານີລົດໄຟ ລາວ – ຈີນ ວ່າ: ນັບແຕ່ ວັນທີ 6 ມັງກອນ 2026 ຫາ ເດືອນ ເມສາ 2026 ບໍລິສັດ ຜູ້ຮັບເໝົາ ຈະໄດ້ ດໍາເນີນການສ້ອມແປງເສັ້ນທາງ ພາຍໃນເທດສະບານ ນະຄອນ-ຫລວງພະບາງ ລວມເຖິງ ເສັ້ນທາງແຕ່ ໂຮງຮຽນສາທິດ ຫາ ສະຖານີລົດໄຟ ລາວ – ຈີນ ເຊິ່ງເປັນເສັ້ນທາງທີ່ມີການສັນຈອນໜາແໜ້ນ ແລະ ຮີບດ່ວນ ເພື່ອເຂົ້າເຖິງ ຈຸດໝາຍ ປາຍທາງຕາມກຳນົດເວລາ, ການສ້ອມແປງເສັ້ນທາງດັ່ງກ່າວອາດສົ່ງຜົນກະທົບຕໍ່ການຈະລາຈອນ ແລະ ການເດີນທາງ ຂອງປະຊາຊົນໃນບາງຊ່ວງເວລາ.
ສະນັ້ນ, ເພື່ອໃຫ້ການເດີນທາງ, ການຈະລາຈອນເປັນລະບຽບຮຽບຮ້ອຍ ແລະ ປອດໄພ ຈຶ່ງຂໍແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ນໍາໃຊ້ເສັ້ນທາງທຸກທ່ານ ກະລຸນາວາງແຜນເສັ້ນທາງ ແລະ ເວລາໃນການ ເດີນທາງລ່ວງໜ້າ, ຫຼີກລ້ຽງເສັ້ນທາງທີ່ກຳລັງດຳເນີນການສ້ອມແປງ, ປະຕິບັດຕາມປ້າຍສັນຍານຈະລາຈອນ ແລະ ຄໍາແນະນໍາຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ.






