ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ 876,14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66,98% (ມະຕິສະພາ 1.308 ຕື້ກີບ) ໃນນີ້, ການລົງທຶນຂອງລັດ 103,48 ຕື້ກີບ ລື່ນແຜນ 13,71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫລືອລ້າ-ກູ້ຢືມ 14,79 ຕື້ກີບ ເທົ່າກັບ 8,70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771,96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73,73% (ມະຕິສະພາ 1.047 ຕື້ກີບ).

ທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງ ແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງເຊກອງ ຊຸດທີ IV ເມື່ອບໍ່ດົນມານີ້ວ່າ: ມາຮອດປີ 2025 ແຂວງເຊກອງ ມີໂຄງການລົງທຶນຂອງລັດ 259 ໂຄງການ, ມູນຄ່າ 6.976,42 ຕື້ກີບ ໃນນີ້, ບ້ວງທຶນປົກກະຕິ 167 ໂຄງການ, ມູນຄ່າ 72,20 ຕື້ກີບ; ບ້ວງທຶນໄພພິບັດ 92 ໂຄງການ, ມູນຄ່າ 14,87 ຕື້ກີບ; ໂຄງການຊໍາລະໜີ້ 97 ໂຄງການ, ມູນຄ່າລວມ 3.057,54 ຕື້ກີບ; ໂຄງການສືບຕໍ່ 122 ໂຄງການ, ມູນຄ່າລວມ 2.965,44 ຕື້ກີບ ແລະ ໂຄງການສະເໜີໃໝ່ 40 ໂຄງການ, ມູນຄ່າລວມ 953,43 ຕື້ກີບ.

ສະເພາະໃນປີ 2025 ແຂວງເຊກອງ ໄດ້ຮັບເພດານການລົງທຶນ ຂອງລັດ 103,48 ຕື້ກີບ ໃນນີ້, ສະພາແຫ່ງຊາດຮັບຮອງ 121 ໂຄງການ ມູນຄ່າ 87,07 ຕື້ກີບ (ລວມທັງບ້ວງຟື້ນຟູໄພພິບັດ) ແລະສະພາປະຊາຊົນແຂວງຮັບຮອງ 138 ໂຄງການ ມູນຄ່າ 16,40 ຕື້ກີບ. ປັດຈຸບັນ ສາມາດຈັດຕັ້ງປະຕິບັດ ແລະ ເຮັດໜັງສືຢັ້ງຢືນ 246 ໂຄງການ, ມູນຄ່າ 99,87 ຕື້ກີບ ກວມເອົາ 97% ຂອງແຜນປີ, ຍັງຄ້າງຊໍາລະຕາມແຜນການລົງທຶນປີ 2025 ຈໍານວນ 13 ໂຄງການ, ມູນຄ່າ 3,61 ຕື້ກີບ. ສ່ວນບ້ວງເງິນເກີນແຜນຂອງແຂວງປີ 2024 ມາຊໍາລະໃຫ້ໂຄງການລົງທຶນຂອງລັດ 61 ໂຄງການ, ມູນຄ່າ 88,08 ຕື້ກີບ ໃນນີ້, ຊໍາລະໃຫ້ໂຄງການລົງທຶນຂອງລັດທີ່ສະພາຮັບຮອງ 36 ໂຄງການ, ມູນຄ່າ 55,52 ຕື້ກີບ ແລະ ຊໍາລະໃຫ້ໂຄງການບຸລິມະສິດຂອງແຂວງ 25 ໂຄງການ, ມູນຄ່າ 32,56 ຕື້ກີບ.
ນອກນີ້, ຍັງມີທຶນຊ່ວຍເຫລືອທາງການເພື່ອການພັດທະນາ 6 ໂຄງການ, ມູນຄ່າ 14,79 ຕື້ກີບ ແລະ ໂຄງການລົງທຶນຂອງເອກະຊົນ 14 ໂຄງການ, ມູນຄ່າ 771,96 ຕື້ກີບ ຊຶ່ງທຸກໆໂຄງການທີ່ແຂວງໄດ້ຮັບອະນຸມັດນັ້ນ ແມ່ນໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໃນຂົງເຂດເສດຖະກິດ, ການຜະລິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ.
ຂ່າວ: ສັນຍາ




