17 C
Vientiane
ວັນທີ 12 January, 2026

ສອງພາກສ່ວນມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

Must read

ໃນຕອນເຊົ້າວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ, ສອງພາກສ່ວນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າອະນຸກຳມະການງົບປະມານ ແລະ ບໍລິຫານ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສອງພາກສ່ວນທີ່ນຳເອົາເງິນ ແລະ ເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້, ປະກອບມີ: ທະນາຄານການຕ່າງປະເທດລາວມະຫາຊົນມອບເງິນ ແລະ ເຄື່ອງທີ່ລະນຶກຕ່າງໆ ລວມມູນຄ່າ 300 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການທະນາຄານດັ່ງກ່າວ, ແຂວງໄຊສົມບູນ ມອບເງິນ 200 ລ້ານກີບ, ພ້ອມດ້ວຍໝາກກ້ຽງ 2.000 ກິໂລກຣາມ, ຕາງໜ້າມອບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຕາງໜ້າອະນຸກຳມະການ ກ່າວສະແດງຄວາມຂອບໃຈ ຕໍ່ພາກສ່ວນທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນ ແລະ ເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປຕາມເປົ້າໝາຍ ແລະ ຜົນສຳເລັດ ທີ່ວາງໄວ້. ພ້ອມທັງກ່າວວ່າຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປດ້ວຍຜົນສຳເລັດ.

ຂ່າວ-ພາບ: ພູວຽງຄຳ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article