24 C
Vientiane
ວັນທີ 12 January, 2026

ພ້ອມກັນປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ມີຄວາມສະຫງົບປອດໄພ

Must read

ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຮອບດ້ານ, ທ່ານ ພົນຈັດຈະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ທັງເປັນຄະນະຮັບຜິດຊອບປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ສໍາພາດໃນວັນທີ 4 ມັງກອນຜ່ານມາວ່າ: ກົມໃຫຍ່ຕຳຫຼວດໄດ້ວາງກໍາລັງວິຊາສະເພາະລົງປະຈຳການປ້ອງກັນເວນຍາມຢູ່ບໍລິເວນຂອບເຂດຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 3 ມັງກອນ 2026 ເປັນຕົ້ນມາ ໂດຍໄດ້ປະສານສົມທົບແໜ້ນກັບກໍາລັງປ້ອງກັນຊາດ, ປກສ ນະຄອນຫຼວງວຽງຈັນ, ອົງການປົກຄອງບ້ານ ແລະ ທຸກພາກສ່ວນເປັນເຈົ້າການຮ່ວມກັນ ເຮັດວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮອບດ້ານໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະເປີດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນນີ້.

ຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກທົ່ວໜ້າໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈໃນການເຮັດວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຂ່າວ: ພູວັນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article