13.3 C
Vientiane
ວັນທີ 12 January, 2026

ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ ຄາດວ່າໃຫ້ສຳເລັດໃນປີ 2026

Must read

ຂປລ. ແຫລ່ງຂ່າວຈາກ ແຂວງສະລະວັນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2015 ຫາ ວັນທີ 19 ມັງກອນ 2017, ຂົວດັ່ງກ່າວ ມີລວງຍາວ 210 ແມັດ, ກວ້າງ ລວມທັງທາງຍ່າງສອງຟາກຂ້າງ 12,12 ແມັດ, ຍາວທາງເຂົ້າ-ອອກຂົວ 2.500 ແມັດ, ປັດຈຸບັນ ຈັດຕັ້ງປະຕິບັດສໍາເລັດໄດ້ 56,65% ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2026 ນີ້.

ໃນວັນທີ 31 ທັນວາ 2025 ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ຊຶ່ງໂຄງການດັ່ງກ່າວຍັງມີວຽກທີ່ຍັງຄົງຄ້າງ 43,35% ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ມີຄວາມລ້າຊ້າແກ່ຍາວມາຈົນເຖິງປັດຈຸບັນ. ສໍາລັບວຽກທີ່ຈະສືບຕໍ່ດໍາເນີນການກໍ່ສ້າງໃຫ້ສຳເລັດ ມີຄື: ກໍ່ສ້າງເສັ້ນທາງປູຍາງ 2 ຊັ້ນ ເຂົ້າ-ອອກຂົວ ຄວາມຍາວ 2.500 ແມັດ, ກວ້າງ 7 ແມັດ, ເທເບຕົງໜ້າຂົວ, ຕິດຕັ້ງຮາວພະນັກຂົວ, ວຽກງານລະບາຍນ້ຳ, ວຽກປ້ອງກັນໆເຈື່ອນ, ວຽກອົງປະກອບຂອງທາງ ແລະ ວຽກເພີ່ມອື່ນໆ ລວມມູນຄ່າການກໍ່ສ້າງໃນໜ້າວຽກສືບຕໍ່ 34 ຕື້ກວ່າກີບ.

ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນ ແລະ ຊີ້ນໍາໃຫ້ອົງການປົກຄອງແຂວງສາລະວັນ ເອົາໃຈໃສ່ທຸ່ມເທທຸກກຳລັງແຮງ ແລະ ເງື່ອນໄຂທີ່ມີ ເພື່ອສືບຕໍ່ດຳເນີນການກໍ່ສ້າງຂົວດັ່ງກ່າວ ໃຫ້ສຳເລັດ ຕາມແບບໂຄງສ້າງ, ທັງມີຄວາມເຊື່ອໝັ້ນໃນດ້ານວິຊາສະເພາະ ທີ່ຈະຄັດເລືອກເອົາບໍລິສັດ ທີ່ໄດ້ມາດຕະຖານ, ເງື່ອນໄຂຄົບຖ້ວນ ເພື່ອຫລີກລ້ຽງຂໍ້ຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ອົງການປົກຄອງແຂວງ ຕ້ອງໄດ້ສຸມໃສ່ຊຸກຍູ້ຢ່າງແຂງແຮງ ເພື່ອເຮັດໃຫ້ການດຳເນີນການກໍ່ສ້າງຂົວແຫ່ງນີ້ ລຸລ່ວງໄປດ້ວຍດີ ແລະ ຄາດວ່າຈະໃຫ້ສຳເລັດປີ 2026 ນີ້, ສ່ວນວຽກງານດ້ານໃດ ທີ່ປະສົບຄວາມຫຍຸ້ງຍາກ ແມ່ນໃຫ້ລາຍງານ, ປຶກສາຫາລືພາກສ່ວນທີ່ກ່ຽວຂ້ອງ ກໍຄື ກະຊວງ ຍທຂ ເພື່ອຫາວິທີທາງແກ້ໄຂຮ່ວມກັນ ເຮັດໃຫ້ວຽກງານສຳເລັດໄປດ້ວຍດີ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article