26 C
Vientiane
ວັນທີ 26 December, 2025

ເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ຢ່າງເປັນທາງການ

Must read

ຂປລ. ພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 25 ທັນວາ 2025 ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ, ມີນາຍົກລັດ ຖະມົນຕີ, ລັດຖະມົນຕີ, ຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ລາຍງານຜົນສຳເລັດຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງໂຄງການກໍ່ສ້າງດັ່ງກ່າວ, ຊຶ່ງເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ຂອງລັດຖະບານທັງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໂດຍສະເພາະແມ່ນແຂວງບໍລິຄໍາໄຊ ແລະ ຈັງຫວັດບຶງການ ເພື່ອເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ມີຄວາມສະດວກ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.

ຜົນສໍາເລັດຂອງການກໍ່ສ້າງຂົວມິດຕະພາບແຫ່ງນີ້ ບໍ່ພຽງແຕ່ຊ່ວຍສົ່ງເສີມການພັດທະນາທາງເສດຖະກິດ-ສັງຄົມ ໃນລະດັບທ້ອງຖິ່ນ ແລະ ພາກພື້ນ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກທີ່ພົ້ນເດັ່ນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ. ນອກຈາກນີ້, ຜົນສໍາເລັດດັ່ງກ່າວ, ຍັງມີຄວາມໝາຍສໍາຄັນ ໃນໂອກາດສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ໃນເດືອນທັນວາ 2025 ນີ້.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດແຜ່ນປ້າຍທີ່ລະນຶກ ແລະ ປ້າຍກໍາມະສິດ ຂົວມິດຕະພາບ ລາວ-ໄທ ແຫ່ງທີ V, ຢ້ຽມຊົມການວາງສະແດງຮູບພາບ ແລະ ວິດີໂອ ກ່ຽວກັບ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ແລະ ໄດ້ຖ່າຍຮູບຮ່ວມກັນ ເພື່ອເປັນທີ່ລະນຶກໃຫ້ແກ່ທັງສອງຝ່າຍ.

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມດໍາເນີນການສຶກສາຄວາມເປັນໄປໄດ້ ແລະ ການອອກແບບລາຍລະອຽດຂອງຂົວ ໃນໄລຍະປີ 2012-2014, ໄດ້ມີການລົງນາມຂໍ້ຕົກລົງ ວ່າດ້ວຍ ການກໍ່ສ້າງຂົວ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ແລະ ກະຊວງຄົມມະນາຄົມ ຂອງໄທ ໃນວັນທີ 14 ມິຖຸນາ 2019, ໄດ້ເລີ່ມການກໍ່ສ້າງຢູ່ຝັ່ງໄທ ແຕ່ວັນທີ 30 ມິຖຸນາ 2020 ແລະ ຢູ່ຝັ່ງລາວ ແຕ່ວັນທີ 4 ມັງກອນ 2021 ແລະ ໄດ້ມີພິທີເທເບຕົງເຊື່ອມຕໍ່ຂົວ ແລະ ລົງນາມຂໍ້ຕົກລົງ ວ່າດ້ວຍ ກໍາມະສິດການນໍາໃຊ້, ການບໍລິຫານ ແລະ ການບູລະນະຮັກສາ-ສ້ອມແປງຂົວ ໃນວັນທີ 6 ມິຖຸນາ 2025 ຜ່ານມາ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ເປັນຈຸດເຊື່ອມຕໍ່ລະຫວ່າງ ເມືອງປາກຊັນ ແຂວງບໍລິຄໍາໄຊ ຂອງ ສປປ ລາວ ກັບ ອໍາເພີບຶງການ ຈັງຫວັດບຶງການ ຂອງຣາຊະອານາຈັກໄທ ທີ່ເຊື່ອມຕໍ່ໂດຍກົງກັບທາງຫລວງເລກທີ 13 (R13) ຂອງລາວ ໄປຫາທາງຫລວງເລກທີ 244 ຂອງໄທ. ຂົວດັ່ງກ່າວມີຄວາມຍາວ 1.350 ແມັດ ແລະ ໄດ້ມີການຕິດຕັ້ງອຸປະກອນຕິດຕາມສະພາບການປ່ຽນແປງຂອງໂຄງສ້າງຂອງຂົວ.

ພາບ: ອ່າຍຄຳ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article