ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ (2021-2025) ດ້ານການຄ້າຕ່າງປະເທດ ຂອງແຂວງອັດຕະປື ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ປະຕິບັດໄດ້ 2.317 ລ້ານໂດລາສະຫະລັດ ເທົ່າກັບ 281% ຂອງແຜນການ (ແຜນການ 821,05 ລ້ານໂດລາສະຫະລັດ), ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 337% ໃນນີ້, ມູນຄ່າການນໍາເຂົ້າສິນຄ້າ ປະຕິບັດໄດ້ 137 ລ້ານໂດລາສະຫະລັດ ເກີນແຜນເກືອບ 3 ເທົ່າ (ແຜນການ 36,31 ລ້ານໂດລາສະຫະລັດ), ສະເລ່ຍ 27 ລ້ານໂດລາສະຫະລັດຕໍ່ປີ, ທຽບໃສ່ 5 ປີຜ່ານມາ ຫລຸດລົງ 94 ລ້ານໂດລາສະຫະລັດ, ປະເພດສິນຄ້ານໍາເຂົ້າ ລວມມີ: ນ້ຳມັນເຊື້ອໄຟ ກວມເອົາ 24%, ພາຫະນະ ກວມເອົາ 16%, ເຄື່ອງກໍ່ສ້າງ ກວມເອົາ 11%, ເຄື່ອງອຸປະໂພກ-ບໍລິໂພກ ກວມ 7% ແລະ ສິນຄ້າອື່ນໆ ກວມເອົາ 33%.

ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກໍາມະການປົກຄອງແຂວງອັດຕະປື ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ໃນວັນທີ 24 ທັນວາ 2025 ຜ່ານມານີ້ວ່າ: ສ່ວນມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 2.180 ລ້ານໂດລາສະຫະລັດ ເທົ່າກັບ 277% ຂອງແຜນການ (784,73 ລ້ານໂດລາສະຫະລັດ), ສະເລ່ຍເພີ່ມຂຶ້ນ 10% ຕໍ່ປີ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 1.725 ລ້ານໂດລາສະຫະລັດ ໃນນີ້, ພະລັງງານໄຟຟ້າ ກວມເອົາ 62%, ແຮ່ທາດ ກວມເອົາ 6%, ປະເພດສິນຄ້າທົ່ວໄປ ແລະ ໄມ້ ກວມເອົາ 32% ແລະ ປະເພດສິນຄ້າສົ່ງອອກ ລວມມີ: ຜະລິດຕະພັນໄມ້, ກະແສໄຟຟ້າ, ນໍ້າຕານຊາຍ, ກາກນໍ້າຕານ, ຢາງພາລາແຫ້ງ, ຫີນອ່ອນປາໂກໄດ, ຜະລິດຕະພັນຖ່ານ, ມັນຕົ້ນແຫ້ງ, ສິນຄ້າກະສິກໍາ (ໝາກກ້ວຍ, ໝາກພຸກ, ໝາກມັງກອນ) ແລະ ເຄື່ອງປ່າຂອງດົງ ແລະ ໄລຍະ 5ປີຜ່ານມາ ແຂວງອັດຕະປື ເກີນດຸນການຄ້າ 2.043 ລ້ານໂດລາສະຫະລັດ.


ຂ່າວ-ພາບ: ພອນປະເສີດ



