18 C
Vientiane
ວັນທີ 26 December, 2025

ຄຊກລ ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ທໍາລາຍລະເບີດ ໂບມໃຫ່ຍ 500 ປອນ ທີ່ຖືກພົບເຫັນ ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ

Must read

ວັນທີ 24 ທັນວາ 2025, ທີ່ ເມືອງນອງ, ແຂວງສະຫວັນນະເຂດ – ຫ້ອງການຄະນະກໍາມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫ້ອງການ ຄຊກລ) ເເລະ ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ຈັດການທໍາລາຍລະເບີດບໍ່ທັນແຕກ (ລບຕ) ໂບມໃຫ່ຍ ຂະໜາດໃຫຍ່ ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີປະຊາຊົນພົບເຫັນຢູ່, ເມືອງນອງ, ແຂວງສະຫວັນນະເຂດ ເມື່ອວັນທີ 05 ທັນວາ 2025 ຢູ່ໃກ້ກັບເຂດຊາຍແດນ ລາວ-ຫວຽດນາມ ໄດ້ຢ່າງສໍາເລັດຜົນ ແລະ ປອດໄພ.

ການທໍາລາຍລະເບີດໂບມໃຫ່ຍຄັ້ງນີ້ແມ່ນໄດ້ຊ່ວຍລົບລ້າງໄພຂົ່ມຂູ່ຢ່າງມີປະສິດທິຜົນ, ເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມປອດໄພສໍາລັບການນໍາໃຊ້ໃນການກະສິກໍາ ແລະ ການພັດທະນາໂຄງລ່າງພື້ນຖານຂອງຊຸມຊົນ.

ອໍານາດການປົກຄອງແຂວງສະຫວັນນະເຂດໄດ້ກ່າວວ່າ: “ການລາຍງານຢ່າງວ່ອງໄວຂອງປະຊາຊົນ ແລະ ການປະສານງານທີ່ວ່ອງໄວ ລະຫວ່າງ ທ້ອງຖິ່ນ ກັບ ສູນກາງ ແມ່ນມີຄວາມສໍາຄັນຢ່າງຍິ່ງໃນການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຈາກ ລບຕ ທີ່ອາດຈະເກີດຂຶ້ນ ທັງເປັນບາດກ້າວທີ່ສໍາຄັນໄປສູ່ການບັນລຸເປົ້າໝາຍແຫ່ງຊາດໃນການເກັບກູ້ ລບຕ ແລະ ປົດປ່ອຍທີ່ດິນໃຫ້ຖືກນໍາໃຊ້ຢ່າງມີປະສິດ ທິພາບ, ເຊິ່ງຈະປະກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ທີ່ມາ: ຂ່າວສານ ຫ້ອງການ ຄຊກລ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article