ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ລາຍງານວ່າ: ວັນທີ 23 ທັນວາ 2025 ເວລາ 08:38 ນາທີ ເກີດອຸບັດຕິເຫດລົດກະບະ ເສຍຫລັກປີ້ນລົງຂ້າງທາງ ຢູ່ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ ມີຜູ້ໄດ້ຮັບບາດເຈັບ 6 ຄົນ.

ໜ່ວຍກູ້ໄພ ໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໄປໂຮງໝໍແຂວງອຸດົມໄຊ.

ຂ່າວ: ໜັງສືພິມລາວພັດທະນາ



