16.6 C
Vientiane
ວັນທີ 25 December, 2025

ເລຂາພັກແຂວງຈໍາປາສັກ ເນັ້ນໃຫ້ ຄປນ ນະຄອນປາກເຊ ກວດກາຄືນ ແລະ ຄົ້ນຄວ້າ ວິທີມອດໄຟແບບໃໝ່

Must read

ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ 2025, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກ ແຂວງຈໍາປາສັກ ພ້ອມດ້ວຍຄະນະ ລົງພື້ນທີ່ເພື່ອຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ໃຫ້ແກ່ຄອບຄົວປະຊາຊົນທີ່ຖືກໄຟໄໝ້ເຮືອນ ຢູ່ບ້ານພະບາດ ນະຄອນປາກເຊ ແຂວງຈຳປາສັກ ທັງນີ້ ກໍເພື່ອເປັນການຢ້ຽມຢາມຖາມຂ່າວ, ແບ່ງເບົາຄວາມທຸກໂສກ,ໃຫ້ການຊ່ວຍເຫລືອ ແລະ ໃຫ້ກຳລັງໃຈແກ່ຄອບຄົວທີ່ໄດ້ຮັບຜົນກະທົບໄຟໄໝ້ເຮືອນໃນຄັ້ງນີ້.

ເຫດການໄຟໄໝ້ເຮືອນໄດ້ເກີດຂຶ້ນໃນວັນທີ 20 ທັນວາ 2025 ຜ່ານມາ ທີ່ບ້ານພະບາດ ນະຄອນປາກເຊ ໂດຍມີເຮືອນປະຊາຊົນເສຍຫາຍຈຳນວນ 8 ຫລັງ ໃນນີ້, ເສຍຫາຍໜັກ 6 ຫລັງ, ເສຍຫາຍສ່ວນໜຶ່ງ 2 ຫລັງ ລວມມູນຄ່າເສຍຫາຍ 7 ຕື້ກວ່າກີບ. ສຳລັບການຊ່ວຍເຫລືອເບື້ອງຕົ້ນຄັ້ງນີ້ ມີເງິນຄອບຄົວລະ 5 ລ້ານກີບ, ສັງກະສີຄອບຄົວລະ 50 ແຜ່ນ, ເຂົ້າສານຄອບຄົວລະ 180 ກິໂລ, ມຸ້ງ,ເຕັ້ນ, ສາດ ແລະ ເຄື່ອງໃຊ້ຈຳເປັນອີກຈໍານວນໜຶ່ງລວມມູນຄ່າ 116 ລ້ານກ່ວາກີບ.

ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ນຳຄະນະກຳມະການປົກຄອງ ນະຄອນປາກເຊ (ຄປນ) ສົມທົບ ຄະນະກຳມະການໄພພິບັດຂັ້ນແຂວງ ກວດກາຄືນວ່າ ບ້ານໃດທີ່ສ່ຽງອັກຄີໄພ ແລະ ມີບັນຫາໃດສ່ຽງ ເພື່ອມີມາດຕະການຕົວຈິງ ສະກັດກັ້ນໃຫ້ວ່ອງໄວທັນການ. ພ້ອມທັງໃຫ້ຄົ້ນຄວ້າ ຫາວິທີມອດໄຟແບບໃໝ່ ເພື່ອແກ້ໄຂເບື້ອງຕົ້ນ ເປັນຕົ້ນ ສ້າງຈຸດນ້ຳມອດໄຟສຸກເສີນ ແບບຊຸມຊົນ ໃຫ້ເພີ່ມຂຶ້ນ ເພື່ອສະໜອງນໍ້າພຽງພໍ ແລະ ວ່ອງໄວໃນກໍລະນີໄຟໄໝ້. ພ້ອມນີ້ ໃຫ້ຄົ້ນຄວ້າສ້າງກອງອາສາສະໝັກ ມອດໄຟຕາມຊຸມຊົນ ເພື່ອແກ້ໄຂບັນຫາຊ່ວຍພາກລັດ ໃນກໍລະນີໄຟໄໝ້ສຸກເສີນ ແລະ ອື່ນໆ.

ໂອກາດນີ້, ແມ່ເຖົ້າຄຳແປງ ຕາງໜ້າຄອບຄົວ ໄດ້ກ່າວສະແດງຄວາມຮູ້ບູນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ, ແຂວງ ແລະ ນະຄອນ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫລືອແກ່ປະຊາຊົນຕະຫລອດມາ ຕາງໜ້າຄອບຄົວຖືກໄຟໄໝ້ເຮືອນ ຢືນຢັນວ່າ ພາຍໃຕ້ການນຳພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ການຊ່ວຍເຫລືອສະໜັບສະໜູນ ຈາກທຸກພາກສ່ວນໃນສັງຄົມ. ຄວາມອົດທົນພະຍາຍາມ ຂອງພວກຂ້າພະເຈົ້າ ຈະສາມາດສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຈະສືບຕໍ່ພັດທະນາປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນໂດຍໄວ.

ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article