16.6 C
Vientiane
ວັນທີ 25 December, 2025

ຍທຂ ແຂວງວຽງຈັນ ເຊັນ MOU ກັບ ບໍລິສັດເອກະຊົນ ການສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູແລະບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ເມືອງກາສີ ແຂວງວຽງຈັນ – ຊາຍແດນແຂວງຫຼວງພະບາງ

Must read

ແຫຼ່ງຂ່າວຈາກ ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກດັ່ງກ່າວມີຂຶ້ນໃນວັນທີ 19 ທັນວາ 2025 ນີ້ ຢູ່ທີ່ພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ.

ທ່ານ ນ. ຄຳຫຼ້າ ບັນນະວົງ ຫົວໜ້າ ຂະແໜງຈັດຕັ້ງບໍລິຫານ,ແຜນການແລະການເງິນ ພະແນກໂຍທາທິການແລະຂົນສົ່ງ ໄດ້ຂຶ້ນຜ່ານຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າ: ເພື່ອສຶກສາສຳຫຼວດ-ອອກແບບໂຄງການຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງເມືອງກາສີ ແຂວງວຽງຈັນ ຫາ ຊາຍແດນຫຼວງພະບາງ ຊ່ວງກິໂລແມັດທີ 212 ຫາ ກິໂລແມັດທີ 246 , ລວງຍາວ 34 ກິໂລແມັດ ໃນຮູບແບບປະສົມປະສານລະຫວ່າງສັນຍາທີ່ຈັດຕັ້ງປະຕິບັດແບບມອບເໝົາຕາມຜົນໄດ້ຮັບ ແລະ ເກັບຄ່າຜ່ານທາງ ຕາມເສັ້ນທາງສາທາລະນະ ໂດຍແມ່ນພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດລາວສຳພັນພັດທະນາຈຳກັດຜູ້ດຽວ ເປັນຜູ້ສຶກສາສຳຫຼວດອອກແບບໂຄງການຟື້ນຟູແລະບູລະນະຮັກສາສ້ອມແປງ.

ຫຼັງຈາກໄດ້ລົງນາມຮ່ວມກັນແລ້ວ ບໍລິສັດລາວສຳພັນພັດທະນາຈຳກັດຜູ້ດຽວແລະພາກສ່ວນກ່ຽວຂ້ອງຈະໄດ້ລົງ ເກັບກຳຂໍ້ມູນປະເມີນຄວາມເປັນໄປໄດ້ຂອງໂຄງການທາງດ້ານເສດຖະກິດ-ເຕັກນິກ, ປະເມີນຜົນກະທົບທາງດ້ານ ສິ່ງແວດລ້ອມ-ສັງຄົມ. ການປະເມີນມູນຄ່າ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ, ໂດຍມີການອອກແບບເຕັກນິກວິສະວະກໍາ ສໍາລັບການຟື້ນຟູ ແລະ ບູລະນະຮັກສາ ທາງຫຼວງແຫ່ງຊາດ ທາງເລກທີ 13ເໜືອ ຊ່ວງເມືອງກາສີແຂວງວຽງຈັນ ຫາ ຊາຍແດນຫຼວງພະບາງ ໃຫ້ຮັບນໍ້າໜັກໄດ້ 11 ໂຕນ/ເພົາ,ວິໄຈຂໍ້ມູນປະລິມານການສັນຈອນ ແລະ ການຈໍາລອງລະບົບເຄືອຂ່າຍການສັນຈອນ ຂອງພາຫະນະ,ຄາດຄະເນປະລິມານການສັນຈອນ,ຄວາມຄິດ ແລະ ວິທີການເກັບຄ່າຜ່ານທາງ,ສໍາຫຼວດ ແລະ ຂຶ້ນບັນຊີ ການສໍາຫຼວດ ຂຶ້ນບັນຊີເສັ້ນທາງ,ສໍາຫຼວດຂຶ້ນບັນຊີຈຸດທາງຄົບ, ຂຶ້ນບັນຊີສໍາຫຼວດສະພາບຂອງຂົວ ແລະ ໂຄງສ້າງລະບົບລະບາຍນໍ້າ, ກະກຽມແຜນທີ່ຈຸດທີ່ຕັ້ງທີ່ຈະຟື້ນຟູ ແລະ ບູລະນະຮັກສາ,ກໍານົດ ແລະ ປະເມີນວັດສະດຸ,ແຫຼ່ງວັດສະດຸກໍ່ສ້າງ ແລະ ສໍາຫຼວດດ້ານທໍລະນີສາດແລະໜ້າວຽກອື່ນໆອີກ ເປັນເວລາ 6 ເດືອນ.

ຮ່ວມລົງນາມມີທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການແລະຂົນສົ່ງແຂວງວຽງຈັນ,ທ່ານ ສາຍ ສຳພັນ ຈັນມະວົງ ຜູ້ອຳນວຍການບໍລິສັດລາວສຳພັນພັດທະນາຈຳກັດຜູ້ດຽວ ໂດຍຊ້ອງໜ້າບັນດາທ່ານ ໃນຄະນະປະຈຳພັກແຂວງແລະພາກສ່ວນກ່ຽວຂ້ອງ.

ຂ່າວ: ຄຳຫຼ້າ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article