ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ຕອນເຊົ້າຂອງວັນທີ 23 ທັນວາ 2025 ເວລາ 07:34 ນາທີ ໄດ້ຮັບແຈ້ງວ່າ ພົບເຫັນສົບຄົນເສຍຊີວິດ ຢູ່ເຂດບ້ານສາຍລົມ ເມືອງຫລວງພະບາງ ແຂວງຫລວງພະບາງ (ຈາກກໍລະນີເຫດເຮືອຕຳໂງ່ນຫີນ ໃນວັນທີ 18 ທັນວາ 2025 ຜ່ານມາ ຢູ່ບໍລິເວນຖ້ຳຕິ່ງເມືອງປາກອູ) ເຊິ່ງສົບທີ່ພົບເຫັນ ເປັນເພດຍິງ ຜູ້ເປັນລູກຊື່ນາງ ສຸກມະນີ ຫວ່າງ ອາຍຸ 3 ປີ, ສັນຊາດລາວ, ຊົນເຜົ່າມົ້ງ, ບ້ານຢູ່ປັດຈຸບັນຢູ່ບ້ານຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ.
ຈຸດທີ່ພົບເຫັນສົບຜູ້ເສຍຊີວິດຢູ່ຫ່າງຈາກຈຸດເກີດເຫດປະມານ 24 ກິໂລແມັດ. ໜ່ວຍກູ້ໄພ ໄດ້ນໍາຮ່າງຜູ້ເສຍຊີວິດ ສົ່ງໂຮງເຢັນຂອງໂຮງໝໍແຂວງຫລວງພະບາງລໍຖ້າ ໃຫ້ຍາດພີ່ນ້ອງປະກອບພິທີຕາມສາສະໜາ. ປັດຈຸບັນ ຍັງສືບຕໍ່ຊອກຫາເດັກນ້ອຍອີກ 1 ຄົນ ອາຍຸ 1 ປີ ເພດຍິງ.




