16.6 C
Vientiane
ວັນທີ 25 December, 2025

ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກຳ ສະຫຼອງ 3 ວັນປະຫວັດສາດ

Must read

ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນຕອນເຊົ້າວັນທີ 20 ທັນວາ 2025 ທີ່ເຂດເສດຖະກິດບຶງທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຄຳສະຫວັນ ໂຄດໄຊ ປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ ແລະ ທ່ານ ປອ ຄຳແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນລາວ, ມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາແຕ່ລະເມືອງ, ຄະນະອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນ-ນັກສຶກສາ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.


ກິດຈະກຳຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ຄັ້ງນີ້ ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດຊາດຂອງຊາດ ນັ້ນກໍຄື ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ດັ່ງນັ້ນ, ສະມາຄົມການສຶກສາພາກເອກະຊົນ ຊຶ່ງເປັນອົງກອນໜຶ່ງທີ່ຂຶ້ນກັບກະຊວງ ສສກ ຮ່ວມກັບສາມອົງການຈັດຕັ້ງມະຫາຊົນ ຂອງສະມາຄົມການສຶກສາພາກເອກະຊົນ ພ້ອມກັບບັນດາສະຖານການສຶກສາ 7 ຕົວເມືອງ ໃນນະຄອນຫຼວງວຽງຈັນ ຈຶ່ງໄດ້ຈັດກິດຈະກຳຄັ້ງນີ້ຂຶ້ນ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ.

ກິດຈະກຳຄັ້ງນີ້ ແມ່ນເລີ່ມຍ່າງຈາກຈຸດເລີ່ມທີ່ໃກ້ກັບສວນສະໜຸກ ບຶງທາດຫຼວງ ໄປຕາມທາງອ້ອມຮອບໜອງ ລວມເປັນໄລຍະທາງ ເກືອບ 3 ກິໂລແມັດ. ຫຼັງຈາກນັ້ນ, ກໍໄດ້ມີການເຕົ້າໂຮມຮ່ວມກັນເຕັ້ນແອໂຣບິກ ອອກກຳລັງກາຍເພື່ອສຸຂະພາບ ແລະ ໃນບັນຍາກາດດັ່ງກ່າວ ກໍຍັງມີພິທີມອບໃບກຽດຕິຄຸນໃຫ້ພາກສ່ວນຕ່າງໆທີ່ຮ່ວມສະໜັບສະໜຸນໃນກິດຈະກຳຄັ້ງນີ້ອີກດ້ວຍ.

ກິດຈະພາບ-ຂ່າວໂດຍ: ສົງການ ພັນແພງດີ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article