
ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຫາ ປານກາງຍັງຈະສືບຕໍ່ປົກຄຸມຢູູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນຢູູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ອາກາດຈະໜາວເຢັນຫລາຍຢູູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ.
ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 07–24 ອົງສາ.
ພາກເໜືອດ້ານຕາເວັນຕົກ (ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູູ່ບາງທ້ອງຖິ່ນໃນຕອນກາງຄືນ ຫາ ຕອນເຊົົ້າ ພ້ອມຈະ
ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 12–28 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 19–31 ອົງສາ.
ພາກກາງ (ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູູ່ທົ່ວໄປ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 13–32 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົົ້າ. ອຸນຫະພູມໃນລະຫວ່າງ 10–29 ອົງສາ.
ພາກໃຕ້ (ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີລົມພັດແຮງຢູູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 15–34 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູູ່ທົ່ວໄປໃນຕອນເຊົົ້າ ອຸນຫະພູມໃນລະຫວ່າງ 09–27 ອົງສາ.



