
ທ່ານ ຄຳເຟື້ອງ ພົມມະຈັນ ຮັກສາການຮອງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 18 ທັນວາ 2025 ວ່າ: ພາຍຫລັງການໃຫ້ບໍລິການລົດເມດ່ວນ BRT ໂດຍບໍ່ເສຍຄ່າ ໃນງານບຸນນະມັດສະການພະທາດຫຼວງສຳເລັດຜົນເປັນຢ່າງດີ ທາງໂຄງການໄດ້ສືບຕໍ່ໃຫ້ບໍລິການບໍ່ເສຍຄ່າ (ຟຣີ) ຕັ້ງແຕ່ກາງເດືອນພະຈິກ 2025 ໄປຈົນຮອດ ວັນທີ 5 ມັງກອນ 2026.
ພາຍຫລັງສິ້ນສຸດການໃຫ້ບໍລິການບໍ່ເສຍຄ່າແລ້ວ, ທາງ BRT ຈະເລີ່ມເກັບຄ່າບໍລິການຜ່ານບັດ Smart Card ແລະ ເປີດໃຫ້ບໍລິການເຕັມຮູບແບບ ຕາມເສັ້ນທາງ ແຕ່ສະຖານີເຈົ້າຟ້າງຸ່ມ – ມະຫາວິທະຍາໄລແຫ່ງຊາດ(ດົງໂດກ)ໂດຍຜູ້ໂດຍສານສາມາດຊື້ບັດໄດ້ທີ່ສະຖານີຫຼັກ ເຊັ່ນ:
– ສະຖານີ ສວນເຈົ້າຟ້າງຸ່ມ
– ສະຖານີ ຕະຫຼາດເຊົ້າ ປະຕູໄຊ
– ສະຖານີ ມະຫາວິທະຍາໄລແຫ່ງຊາດ.
ປັດຈຸບັນ, ການກໍ່ສ້າງໂຄງການ BRT ຄືບໜ້າແລ້ວ 94% ແລະ ກຳລັງສຶກສາສະຖານທີ່ຈອດລົດ 10 ຈຸດ ຕາມເສັ້ນທາງໃຫ້ບໍລິການລົດເມດ່ວນ ແຕ່ ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ ແລະ ກຳລັງເລັ່ງຕີເສັ້ນບ່ອນຈອດລົດຕາມແຄມທາງ ໃນເຂດວັດອິນແປງ – ນ້ຳພຸ.
ພາຍຫຼັງເປີດເກັບເງິນ ຈະນຳໃຊ້ລົດ 15 ຄັນຕໍ່ມື້ ເປີດໃຫ້ບໍລິການ 6:00–22:00 ໂມງ, ຕອນເຊົ້າໄລຍະເລັ່ງດ່ວນເລີ່ມ 6:00–9:00 ໂມງ,ຈະປ່ອຍລົດທຸກໆ 5 ນາທີ, ຫຼັງຈາກນັ້ນຈະປ່ອຍລົດທຸກໆ 15 ນາທີ. ສຳລັບຄ່າໂດຍສານ ຈາກຕົ້ນທາງ ຫາ ປາຍທາງ ກຳນົດຢູ່ທີ່ 7,000 ກີບ.






