21.1 C
Vientiane
ວັນທີ 18 December, 2025

ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານໄອຍະການປະຊາຊົນ

Must read

ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນຮຸຍຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 18-19 ທັນວາ 2025 ຢ່າງເປັນທາງການ.

ໃນໄລຍະຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 18 ທັນວາ 2025, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ພົບປະ ກັບ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງໃນໂອກາດນີ້, ສອງຝ່າຍໄດ້ລາຍງານກ່ຽວກັບສະພາບການພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ການສະເຫລີມ ສະຫລອງວັນສຳຄັນ ຂອງແຕ່ລະປະເທດ ພ້ອມທັງຕີລາຄາສູງການພົວພັນຮ່ວມມື ວຽກງານໄອຍະການຂອງສອງປະເທດ ໃນໄລຍະຜ່ານມາ ໂດຍເຫັນໄດ້ຄວາມສຳຄັນ ຂອງການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ ເປັນຕົ້ນ ອາຊະຍາກຳໄຊເບີ ລວມທັງ ສະແກມເມີ ໂດຍຜ່ານການຮ່ວມມືທາງອາຍາ ເພື່ອກະກຽມໃຫ້ແກ່ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳໄຊເບີ ທີ່ໄດ້ລົງນາມ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນປີ 2025 ຜ່ານມາ, ການກໍ່ສ້າງບໍາລຸງພະນັກງານໄອຍະການ, ການຫັນເປັນທັນສະໄໝ ແລະ ວຽກງານອື່ນໆຈໍານວນໜຶ່ງ ດ້ວຍບັນຍາກາດອັນເປັນໄມຕີຈິດ, ມິດຕະພາບທີ່ດູດດື່ມ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງ ໂດຍໄດ້ເອກະພາບກັນ ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ເຊັນກັນ ໃນໄລຍະຜ່ານມາ ເຂົ້າສູ່ວຽກງານຕົວຈິງ ຢ່າງມີປະສິດທິຜົນ.

ນອກຈາກນີ້, ຍັງໄດ້ຈັດກອງປະຊຸມອົງການໄອຍະການ ບັນດາແຂວງທີ່ມີຊາຍແດນຮ່ວມກັນ ລາວ-ຫວຽດນາມ ຄັ້ງທີ 8 ໃນປີ 2026 ຢູ່ ສປປ ລາວ; ສືບຕໍ່ຊ່ວຍເຫລືອກໍ່ສ້າງພະນັກງານໄອຍະການປະຊາຊົນ ສປປ ລາວ ຢູ່ ສສ ຫວຽດນາມ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານໄອຍະການ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ລວມທັງ ສະແກມເມີ ແລະ ອາຊະຍາກຳອື່ນ ໂດຍຜ່ານການຝຶກອົບຮົມ, ການສຳມະນາ, ການແລກປ່ຽນບົດຮຽນ ຢ່າງມີປະສິດທິຜົນ ແລະ ພັດທະນາລະບົບໄອຍະການດີຈິຕອນ ແລະ ການຫັນເປັນທັນສະໄໝ ຢ່າງບໍ່ຢຸດຢັ້ງ.

ພາບ: ເກດສະໜາ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article