
ແຈ້ງການຈາກພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກ່ຽວກັບການສ້າງບ້ານຈັດສັນ ຫລື ຈັດສັນຕອນດິນ ແລະ ໃຫ້ເຊົ່າສຳປະທານຢູ່ໃນຂອບເຂດນະຄອນຫຼວງວຽງຈັນ
ອີງຕາມ ຄູ່ມືເຕັກນິກ ວຽກຄຸ້ມຄອງການປຸກສ້າງ ສະບັບເລກທີ 2999/ຍທຂ, ລົງວັນທີ 23 ເມສາ 2025.
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການມາຍັງບຸກຄົນ, ນິຕິບຸກຄົນ, ບັນດາ ຫົວຫນ່ວຍທຸລະກິດ ແລະ ບໍລິສັດ ອະສັງຫາລິມະຊັບ ຮັບຊາບທົ່ວເຖິງກັນວ່າ: ປັດຈຸບັນຢູ່ໃນ ນະຄອນຫຼວງວຽງຈັນ ແມ່ນມີ ການປຸກສ້າງບ້ານຈັດສັນ ແລະ ຈັດສັນດິນຂາຍ ແມ່ນບໍ່ໄດ້ຮັບອານຸຍາດຈາກພາກລັດ, ຜິດຕໍ່ລະບຽບຄຸ້ມຄອງການປຸກສ້າງ ສະບັບເລກທີ 2241/ຍທຂ, ລົງວັນທີ 31/01/2019, ແນໃສ່ໃນອານາຄົດ ເຮັດໃຫ້ຕົວເມືອງ ແລະ ຊານເມືອງ ໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ ທັງຮັບປະກັນບໍ່ໃຫ້ເກີດເປັນຊຸມຊົນແອອັດ (Density community). ສະນັ້ນ, ຈຶ່ງອອກແຈ້ງການ ໃຫ້ປະຕິບັດ ດັ່ງນີ້:
● ກ່ອນຈະຈັດຕັ້ງປະຕິບັດຜູ້ປະກອບການ ຕ້ອງໄດ້ປະກອບເອກະສານແຕ້ມແບບມາຂໍອະນຸຍາດນໍາ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່ອນ ຫຼັງຈາກນັ້ນຈຶ່ງສາມາດລົງມືຈັດຕັ້ງປະຕິບັດໄດ້.
ພື້ນທີ່ດິນບ້ານຈັດສັນ, ຕອນດິນຈັດສັນຂາຍ ແລະ ໃຫ້ເຊົ່າສໍາປະທານ ຕ້ອງມີເນື້ອທີ່ທັງຫມົດບໍ່ໃຫ້ຫຼຸດ 10,000 ຕາແມັດ.
● ລະບົບເສັ້ນທາງຂອບເຂດພື້ນທີ່ຈັດສັນຕອນດິນ ຕ້ອງມີທາງຫຼັກ ເຂົ້າ-ອອກ ຄວາມກວ້າງບໍ່ໃຫ້ຫຼຸດ 8 ແມັດ, ທາງຊອຍ ຄວາມກວ້າງບໍ່ໃຫ້ຫຼຸດ 6 ແມັດ, ໃຫ້ມີຮ່ອງລະບາຍນໍ້າຕາມແຄມທາງ ແລະ ຫນ້າທາງດັ່ງກ່າວ ຕ້ອງໄດ້ປູຢາງ 2 ຊັ້ນ ຫຼື ເທເບ
ຕົງເສີມເຫຼັກ.
● ຕ້ອງມີແຜນຜັງລວມຈັດສັນຕອນດິນປຸກສ້າງ, ລະບົບລະບາຍນໍ້າ, ລະບົບບໍາບັດນໍ້າເປື້ອນ ແລະ ລະບົບເກັບມ້ຽນຂີ້ເຫຍື້ອ.
● ມາດຕະການຕໍ່ຜູ້ຈັດຕັ້ງປະຕິບັດ ກ່ຽວກັບ ຫນ້າວຽກທີ່ໄດ້ກ່າວມາຂ້າງເທິງນັ້ນ ຖ້າຫາກວ່າຜູ້ປະກອບການໃດ ບໍ່ປະຕິບັດ ພາກລັດ ຈະໄດ້ສຶກສາອົບຮົມ ແລະ ຈະສະເຫນີຫາພາກສ່ວນທີ່ກ່ຽວຂ້ອງຂອງລັດ ບໍ່ໃຫ້ດໍາເນີນທຸລະກິດຕໍ່ໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຫົວຫນ່ວຍທຸລະກິດ, ທຸກພາກສ່ວນຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະ ຕິບັດຕາມຫນັງສືແຈ້ງການ ສະບັບນີ້ດ້ວຍ



