ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ສະຫະພັນກຳມະບານເມືອງໄຊຍະບູລີ ແຂວງໄຊຍະບູລີ ສົມທົບກັບສະຫະພັນກຳມະບານແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຕະຫລາດ ແລະ ການຕໍ່ລອງສິນຄ້າ ຂອງກຸ່ມແຮງງານນອກລະບົບ (ກຸ່ມລ້ຽງໄກ່ພັນໄຂ່) ໃນວັນທີ 18 ທັນວາ 2025 ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍມີທ່ານ ສີຈັນ ຫານເສິກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ທ່ານ ໄຊຖາວອນ ລັດຕະນະວົງ ຮອງປະທານສະຫະພັນກຳມະບານແຂວງໄຊຍະບູລີ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການ, ຫ້ອງການ, ໜ່ວຍງານ ແລະ ກຸ່ມລ້ຽງໄກ່ພັນໄຂ່ເຂົ້າຮ່ວມ.

ທ່ານ ໂລລິນ ແຊ່ເຕີນ ຕາງໜ້າກຸ່ມລ້ຽງໄກ່ພັນໄຂ່ ໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ: ກຸ່ມລ້ຽງໄກ່ພັນໄຂ່ ໄດ້ສ້າງຕັ້ງຂຶ້ນໃນປີ 2017 ມີຟາມໄກ່ທັງໝົດ 21 ຟາມ, ມີໄກ່ 40.270 ໂຕ, ໃຫ້ໄຂ່ 30.270 ໜ່ວຍຕໍ່ມື້, ການລ້ຽງໄກ່ພັນໄຂ່ຢູ່ພາຍໃນເມືອງໄຊຍະບູລີ ເຫັນວ່າຍັງມີທ່າກ້າວຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ ກໍຍ້ອນໄດ້ມີການນຳພາ-ຊີ້ນໍາ ຂອງພັກ-ລັດທຸກຂັ້ນ ເປັນຕົ້ນ ການສົ່ງເສີມການປູກ, ການລ້ຽງ ໃຫ້ປະຊາຊົນພາຍໃນເມືອງຂອງພວກເຮົາມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ບໍ່ວ່າຈະເປັນສັດນ້ອຍ ແລະ ສັດປີກ. ປັດຈຸບັນ ທົ່ວເມືອງມີຟາມໄກ່ທັງໝົດ 24 ຟາມ, ເພີ່ມຂຶ້ນ 3 ຟາມ, ມີໄກ່ພັນໄຂ່ທັງໝົດ 41.300 ໂຕ, ໃຫ້ໄຂ່ທັງໝົດ 31.825 ໜ່ວຍຕໍ່ມື້ ເທົ່າກັບ 11.457.000 ໜ່ວຍຕໍ່ປີ, ຖ້າທຽບໃສ່ຄວາມຕ້ອງການພາຍໃນ 32.279 ໜ່ວຍຕໍ່ມື້ ເຫັນວ່າການບໍລິໂພກພາຍໃນຫລາຍກວ່າຄວາມຕ້ອງການ. ສະນັ້ນ, ຈໍາເປັນຕ້ອງໄດ້ນໍາເຂົ້າຈໍານວນ 454 ໜ່ວຍຕໍ່ມື້ ເທົ່າກັບ 165.710 ໜ່ວຍປີ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ. ສ່ວນລາຄາຂາຍໄຂ່ຢູ່ພາຍໃນໄດ້ຄັດເປັນ 3 ລຸ້ນ: ຮຸ່ນໃຫຍ່ລາຄາຂາຍ ໜ້າຟາມ 67.000 ກີບຕໍ່ແຕະ, ຮຸ່ນກາງລາຄາ ຂາຍໜ້າຟາມ 65.000 ກີບຕໍ່ແຕະ, ຮຸ່ນນ້ອຍລາຄາ ຂາຍໜ້າຟາມ 60.000 ກີບຕໍ່ແຕະ ຖ້າທຽບໃສ່ການນໍາເຂົ້າຈາກບ່ອນອື່ນແມ່ນລາຄາ 58.000 ກີບຕໍ່ແຕະ ເຫັນວ່າລາຄານໍາເຂົ້າຖືກກວ່າຢູ່ພາຍໃນ ຈຶ່ງເຮັດໃຫ້ຜູ້ບໍລິໂພກຫັນໄປຊື້ລາຄາທີ່ຖືກກວ່າ, ຊຶ່ງເຮັດໃຫ້ໄຂ່ພາຍໃນບໍ່ໄດ້ຂາຍ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເປັນຕົ້ນ ການຄຸ້ມຄອງລາຄາໄຂ່ໃນທ້ອງຕະຫລາດ, ຟາມ ຫລື ກຸ່ມລ້ຽງໄກ່ພັນໄຂ່ ໃນເມືອງ ຕ້ອງໄດ້ຂຶ້ນທະບຽນໃຫ້ຖືກຕ້ອງ ຕາມມາດຖານເຕັກນິກທາງດ້ານວິຊາການ ແລະ ສາມາດສະໜອງໄຂ່ຢ່າງໜ້ອຍ 31.800 ໜ່ວຍຕໍ່ວັນຂຶ້ນໄປ, ຄຸ້ມຄອງການນຳເຂົ້າ ແລະ ຫລຸດຜ່ອນການນຳເຂົ້າໄຂ່ຈາກຕ່າງປະເທດ, ຕ້ອງໄດ້ກຳນົດສະເໜີອອກກາຈ້ຳໄຂ່ ເພື່ອສະດວກໃນການກວດກາ, ສາມາດຈຳແນກຜະລິດຕະພັນພາຍໃນ ແລະ ການລັກລອບໄຂ່ພາຍນອກເຂົ້າມາ, ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຜູ້ປະກອບການ ດ້ານການລ້ຽງໄກ່ພັນໄຂ່ ກ້າວໄປເຖິງການຫລຸດຜ່ອນຄວາມສ່ຽງທາງການຕະຫລາດ ແລະ ພະຍາດສັດລ້ຽງ.

ຂ່າວ-ພາບ: ສົມພົງ ສີສະຫວັດ



