
ວັນທີ 16 ທັນວາ 2025, ປະທານາທິບໍດີ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງໃໝ່ ເພື່ອຂະຫຍາຍ ແລະ ເພີ່ມຄວາມເຂັ້ມງວດໃນການຈຳກັດການເດີນທາງເຂົ້າສະຫະລັດ ສຳລັບພົນລະເມືອງຈາກປະເທດທີ່ມີບັນຫາດ້ານການກວດສອບປະຫວັດ ແລະ ການແລກປ່ຽນຂໍ້ມູນຄວາມປອດໄພ.
ການປ່ຽນແປງໃໝ່ທີ່ສຳຄັນ ຄັ້ງນີ້ ປະເທດລາວ ມີການປ່ຽນແປງຈາກການຈຳກັດບາງສ່ວນ ເປັນ “ການສັ່ງຫ້າມທັງໝົດ” (Full Restrictions): ກ່ອນໜ້ານີ້ ລາວຢູ່ໃນລາຍຊື່ທີ່ຖືກຈຳກັດບາງສ່ວນ, ແຕ່ໃນຄຳສັ່ງໃໝ່ນີ້ ລາວຖືກຍົກລະດັບຂຶ້ນເປັນປະເທດທີ່ຖືກສັ່ງຫ້າມເດີນທາງເຂົ້າສະຫະລັດຢ່າງເຕັມຮູບແບບ ຍ້ອນທາງສະຫະລັດລະບຸວ່າ ລາວມີອັດຕາການຢູ່ເກີນກຳນົດວີຊາ (Overstay) ທີ່ສູງ ແລະ ທີ່ຜ່ານມາບໍ່ຄ່ອຍໃຫ້ຄວາມຮ່ວມມືໃນການຮັບເອົາພົນລະເມືອງຂອງຕົນເອງທີ່ຖືກເນລະເທດກັບຄືນປະເທດ.
ນອກນີ້ຍັງມີລາຍຊື່ອີກ 17 ປະເທດທີ່ຖືກສັ່ງຫ້າມທັງໝົດ (Full Ban): ມີທັງໝົດ ແລະ 1 ເຂດປົກຄອງ, ປະກອບມີ: ອາຟການິສຖານ, ມຽນມາ, ຊາດ, ກົງໂກ, ເອກົວດໍຣຽວ ກິນີ, ເອຣິເທຣຍ, ເຮຕິ, ອີຣານ, ລີບີ, ໂຊມາເລຍ, ຊູດານ, ເຢເມນ, ລາວ, ເຊຍຣາລີໂອນ, ບູກິນາຟາໂຊ, ມາລີ, ນີເຊ, ຊູດານໃຕ້, ຊີຣີ ແລະ ຜູ້ທີ່ຖືເອກະສານເດີນທາງຂອງອົງການປົກຄອງປາເລດສະໄຕ.
ປະເທດທີ່ຖືກຈຳກັດບາງສ່ວນ (Partial Ban): ມີ 19 ປະເທດ ເຊັ່ນ: ໄນຈີເຣຍ, ເຊເນການ, ຕັງຊານີ, ກູບາ, ເວນີຊູເອລາ ແລະ ອື່ນໆ. ໂດຍຈະມີການລະງັບວີຊາບາງປະເພດ ເຊັ່ນ ວີຊາທ່ອງທ່ຽວ (B-1/B-2), ວີຊານັກຮຽນ (F, M) ແລະ ວີຊາແລກປ່ຽນ (J).
ຂໍ້ຍົກເວັ້ນ (Exceptions) ມາດຕະການນີ້ຈະບໍ່ນຳໃຊ້ກັບບຸກຄົນດັ່ງຕໍ່ໄປນີ້:
• ຜູ້ທີ່ມີບັດຂຽວ (Lawful Permanent Residents).
• ຜູ້ທີ່ມີວີຊາທີ່ຍັງບໍ່ທັນໝົດອາຍຸ (ນັບແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ).
• ນັກການທູດ ຫຼື ບຸກຄົນທີ່ເດີນທາງມາເຮັດວຽກໃຫ້ອົງການຈັດຕັ້ງສາກົນ.
• ນັກກິລາ ຫຼື ບຸກຄົນທີ່ໄດ້ຮັບການຍົກເວັ້ນເປັນກໍລະນີພິເສດເພື່ອຜົນປະໂຫຍດຂອງຊາດ.
ຄຳສັ່ງໃໝ່ນີ້ຈະເລີ່ມມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.




