22 C
Vientiane
ວັນທີ 18 December, 2025

ສະຫລຸບໂຄງການເຂົ້າເຖິງແຫລ່ງທຶນ-ຫລຸດຜ່ອນການຄຸ້ມຄອງເຄມີກະສິກຳ ທີ່ເປັນອັນຕະລາຍ ໃນລາວ

Must read

ຂປລ. ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມສະຫລຸບ ໂຄງການເຂົ້າເຖິງແຫລ່ງທຶນ ແລະ ຫລຸດຜ່ອນການຄຸ້ມຄອງເຄມີກະສິກຳ ທີ່ເປັນອັນຕະລາຍ ໃນ ສປປ ລາວ (FARM ປະຈຳປີ 2025) ແລະ ວາງທິດທາງແຜນການ ຈຳປີ 2026 ໃນວັນທີ 17 ທັນວາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ແລະ ທ່ານ ດາວ ຊວນລາຍ ຮອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ສາຍທອງ ແພງບຸບຜາ ຜູ້ປະສານງານໂຄງການ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫລ່ງທຶນ ແລະ ຫລຸດຜ່ອນການຄຸ້ມຄອງເຄມີກະສິກຳ ທີ່ເປັນອັນຕະລາຍ ໃນ ສປປ ລາວ (FARM project) ໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ (GEF) ໂດຍຜ່ານ UNDP ປະຈໍາ ສປປ ລາວ ຊຶ່ງໄດ້ຈັດຕັ້ງປະຕິບັດໃນ 11 ເມືອງ, 110 ບ້ານຢູ່ 5 ແຂວງເປົ້າໝາຍຄື: ແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ຊຽງຂວາງ ແລະ ນະຄອນຫລວງວຽງຈັນ ໃນນີ້, ໜ້າວຽກປະກອບມີ: ເສີມສ້າງຄວາມເຂັ້ມແຂງດ້ານກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງເຄມີກະສິກໍາ, ຢາປາບສັດຕູພືດ, ຝຸ່ນ ແລະ ອື່ນໆ ທີ່ຕິດພັນກັບວຽກງານປູກຝັງ; ການເຂົ້າເຖິງດ້ານການເງິນ, ການສົ່ງເສີມທາງເລືອກທີ່ຍືນຍົງ ແລະ ການດໍາເນີນກິດຈະການດ້ານກະສິກໍາ ເພື່ອສ້າງລາຍຮັບ; ການຍົກລະດັບຄວາມຮູ້ຄວາມສາມາດ ໃນການຄຸ້ມຄອງ, ການຈັດການ ແລະ ກໍາຈັດສິ່ງເສດເຫລືອ ທາງເຄມີກະສິກໍາ ທີ່ມີປະສິດທິຜົນ ແລະ ການຕິດຕາມ, ປະເມີນຜົນ, ວາງແຜນວຽກ ແຕ່ລະອົງປະກອບຢ່າງຊັດເຈນ, ມີຕົວຊີ້ວັດແຕ່ລະໜ້າວຽກ ຂອງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃນປີ 2026 ດ້ວຍງົບປະມານ 1.048.724 ໂດລາສະຫະລັດ.

ໂອກາດດຽວກັນນີ້, ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ ຍັງໄດ້ມອບອຸປະກອນເຄື່ອງໃຊ້, ຄອມພິວເຕີ, ເຄື່ອງພິມ, ເຄື່ອງສາຍແອວຊີດີ ແລະ ອື່ນໆ 24 ລາຍການ ໃຫ້ທ່ານ ບຸນຊູ ສຸດມາລີ ເພື່ອມອບຕໍ່ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ 5 ແຂວງເປົ້າໝາຍ ເພື່ອນຳໃຊ້ເຂົ້າໃນວຽກງານຢ່າງເຕັມສ່ວນ ແລະ ເພື່ອເປັນການອຳນວຍຄວາມສະດວກ ໃນການປະຕິບັດ ບັນດາກິດຈະກຳຂອງໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article